ເງື່ອນໄຂ ແລະ ຂໍ້ຕົກລົງ

ອັບເດດລ່າສຸດ: 27 ພຶດສະພາ 2026

1. ການນຳໃຊ້ບັນຊີ

ໃນການສະໝັກສະມາຊິກ, ເຈົ້າຕົກລົງທີ່ຈະໃຫ້ຂໍ້ມູນທີ່ຖືກຕ້ອງ ແລະ ເປັນຈິງ. ເຈົ້າມີຄວາມຮັບຜິດຊອບໃນການຮັກສາຄວາມປອດໄພຂອງລະຫັດຜ່ານ ແລະ ກິດຈະກຳຕ່າງໆທີ່ເກີດຂຶ້ນພາຍໃຕ້ບັນຊີຂອງເຈົ້າ.

2. ການຊຳລະເງິນ ແລະ ກະເປົາເງິນ (Wallet)

ການຕື່ມເງິນເຂົ້າກະເປົາເງິນ (Wallet) ຖືເປັນການຊຳລະລ່ວງໜ້າ. ຍອດເງິນທີ່ຕື່ມເຂົ້າແລ້ວບໍ່ສາມາດຖອນຄືນເປັນເງິນສົດໄດ້. ການຊຳລະເງິນຜ່ານ Mobile Banking ຫຼື Wallet ຈະຖືກຕັດຍອດທັນທີຫຼັງຈາກເຈົ້າຍືນຢັນການສັ່ງຊື້.

3. ນະໂຍບາຍການໃຫ້ບໍລິການ

ທາງ Rosestore ຂໍສະຫງວນສິດໃນການປັບປຸງເງື່ອນໄຂ, ລາຄາ, ຫຼື ຍົກເລີກການບໍລິການໂດຍບໍ່ຕ້ອງແຈ້ງລ່ວງໜ້າ. ພວກເຮົາພະຍາຍາມຢ່າງເຕັມທີ່ເພື່ອໃຫ້ລະບົບມີຄວາມສະຖຽນ ແລະ ປອດໄພທີ່ສຸດ.

ຖ້າເຈົ້າມີຄຳຖາມເພີ່ມເຕີມກ່ຽວກັບຂໍ້ຕົກລົງນີ້, ກະລຸນາຕິດຕໍ່ທີມງານຂອງພວກເຮົາ.

ໜ້າຫຼັກເຕີມເງິນປະຫວັດການຊື້ໂປຣໄຟລ໌